• Aucun résultat trouvé

Cover Ch TB M6.pdf

N/A
N/A
Protected

Academic year: 2022

Partager "Cover Ch TB M6.pdf "

Copied!
209
0
0

Texte intégral

(1)ສ. ວ. ສ. ສະ ຫງ ວນ ລຂິ ະສ ດິ. Cover Ch TB M6.pdf 1 30/07/2015 14:36:23.

(2) .       .  6. ສະ ຫງ ວນ ລຂິ ະສ ດິ.  .  :  .  #. . $. ,.   ! " . %,.  & ' # (,. ...  )  .  *.   ,. . # ,.  #. ,. $. # ( -  : . ... ... %,.  " #+ ,. ... ... + % :      ,. ສ. ວ. ສ.    ". ...  " #+ ,.   :   . ... . #  ,. (  (  ! . /  + ,.  !  &  . !  ,. + ,.   . .. ..  + , (+  .. (  .  & , (&! & .   ! !. 0      2015.    .

(3) & &  .   4   6 *         ( "  *  ) .   / . #%" / -/&" .   /     #  ". 0 -   4 +   ( 4  . (. 3 !  (    "   . !  $   .   ! !. ) ! 5 *  .  ,  !/. ( #      .  ..  4       %      "  5 #  %: / /!   )  , #  , .    , .  9,  !! ! %. ສະ ຫງ ວນ ລຂິ ະສ ດິ. .     &   ! '! /#.. /! " #    "   !   ;  ,   . " ! $ .  + & *%   !4     / .  $  & ! ')    #    . (   %. ) 4   4 + &   /* 0  + . .   !  )    "  "  . 4          ". ສ. ວ. ສ.    + (-      .    . 6 *    &".   " ,  -   ,     . " .   4+,  .  .. . (  ,. 4  " %. ),   (  , .  & ,  "   " 0%/   ! $  . . ). & 0. ,  / .    & . 33   , /! "  . % <"  + ) + . ! ) +  0  / " =.. "  ,  . 0  . +" (&(4+  "     . 4 +   &    + (&(. ') . !. /  # "   / "  <" "  ".  +. ')  " (  ;" #%"  "  4  + .  .   '  ) (.  " % " ')  "    *%   4  #  " . "  ! (&+. ')   . (&  -4 "  . "  &    " 0     .   &   +0% #%" +  ) 4 /&"  4 (  & (& .  "  "   &  " ! (&(4+<" +4+/&" .   ( . "    .. 0     .    . 2015.

(4) !  - # . I / /! .  ) . ........................................................ 1. ການຈັດທາດເປັນຮອບວຽນ ແລະ ຈຸຂອງນັກເຄມີແຕ່ລະຍຸກ ............. 1.   2. ຄຸນລັກສະນະຂອງທາດຕາມຕາຕະລາງທາດ ................................ 6.   3. ຄຸນລັກສະນະຂອງທາດໃນຈຸ ................................................ 10.   4. ທາດປະສົມກຼຣ ໍ ົວ ແລະ ທາດປະສົມອົກຊິດ ............................. 18.   5. ທາດໂລຫະສົງ່ ຕໍ່ ............................................................... 25.   6. . #  II. # .   7. #  !  ............................................................... 40.   8. ໂຄງສ້າງຂອງໂມເລກຸລໂກວາລັງ .......................................... 46.   9. ແຮງດຶງດູດ ລະຫວ່າງໂມເລກຸລ-ພັນທະຮີໂດຣແຊນ .................. 49. ສະ ຫງ ວນ ລຂິ ະສ ດິ.   1.  & /# !  . .................................................... 33. ..................................................................... 40.    10 #   .................................................................... 52    11 ສົມຜົນອີອົງ, ລັກສະນະ ແລະ ຄວາມສາໍຄັນຂອງທາດປະສົມອີອົງ . 61    12 # ! .................................................................. 63 #  III . )    ".     .................................... 65. ສ. ວ. ສ.    13 .     ........................................................ 65.    14  !! (* ) ............................................................. 85    15 9! .......................................................................... 90    16    ! .......................................................... 92.    17  / ......................................................................... 96.    18  ! . ................................................................... 101.    19 / ....................................................................... 105    20 / .......................................................................... 109    21 .  ......................................................................... 112.    22 . ......................................................................... 117.

(5) # . IV .  !! ....................................................... .. 121.    23 !. ........................................................................... 121.    24 D/ ....................................................................... 136    25  . .......................................................................... 147.    26   D . ............................................................ 152.    27   ! ............................................................ 161  9,    %  &   ! '! /#  ...................... 169. #  V.    29 /D!    30 *. ....................................................................... 169. ສະ ຫງ ວນ ລຂິ ະສ ດິ.    28 !. .................................................................... 172. / ....................................................................... 184.    31  4 ........................................................................ 188    32 <  ............................................................................ 191    33. !# "  + '!  . ............................................................................. 195.    ............................................................................ 204. ສ. ວ. ສ. . !  4'  ! /D!.

(6) ພາກທີ I ຕາຕະລາງທາດມູນເຄມີ ບົດທີ 1 ການຈັດທາດເປັນຮອບວຽນ ແລະ ຈຸຂອງນັກເຄມີແຕ່ລະຍຸກ ຕາຕະລາງທາດມູນເຄມີ ແມ່ນຕາຕະລາງ ທີ່ນັກວິທະຍາສາດໄດ້ຮວບຮວມທາດເຄມີ ຕ່າງໆ ເຂົ້າໄວ້ດ້ວຍກັນເປັນກຸ່ມ ຫຼື ເປັນພວກ ຕາມຄຸນລັກສະນະທີ່ໃກ້ຄຽງກັນ ເພື່ອສະ ດວກໃນການສຶກສາຄຸນລັກສະນະຂອງທາດ, ໃນປັດຈຸບັນໄດ້ມີການພັດທະນາການຈັດຕາຕະ ລາງທາດມູນເຄມີຕາມຍຸກຕ່າງໆ ດັ່ງນີ້. ການຈັດທາດຂອງໂຈຮັນ ວູຟກັງ ໂດເບິໄຣເນີ Dobereiner). (Johann Wolfgang. ສະ ຫງ ວນ ລຂິ ະສ ດິ. 1.. ໃນປີ ຄ.ສ.1829 ໂຈຮັນ ວູຟກັງ ເດິເບິໄຣເນີ ຄົນເຢຍລະມັນ ໄດ້ຕັ້ງກົດເກນວ່າທາດທີ່ມີ ຄຸນລັກສະນະຄ້າຍຄືກັນ ເຊິ່ງສາມາດຈັດເປັນຈຸໄດ້ ແລະ ແຕ່ລະຈຸປະກອບດ້ວຍທາດ 3 ທາດ ມວນສານອາໂຕມຂອງທາດເຄິ່ງກາງ ຈະມີຄ່າຕົວເລກໃກ້ຄຽງກັບຄ່າສະເລ່ຍຂອງມວນສານອາ ໂຕມຂອງທາດ 2 ທາດ ທີ່ຢູ່ໃກ້ ເຊັ່ນ: Li. ມວນສານອາໂຕມ 6,9. Na ມວນສານອາໂຕມ 23,1 K. ມວນສານອາໂຕມສະເລ່ຍ = 6,9 + 39,1 = 23,0 2. ມວນສານອາໂຕມ 39,1. Be ມວນສານອາໂຕມ 9,0. ມວນສານອາໂຕມສະເລ່ຍ = 9,0 + 40,1 = 24,55 2. ສ. ວ. ສ. Mg ມວນສານອາໂຕມ 24,3 Ca ມວນສານອາໂຕມ 40,1. 2.. ການຈັດທາດຂອງຈອນ ນິວແລນ (John Newlands). ໃນປີ ຄ.ສ. 1860 ຈອນນິວແລນ ຄົນອັງກິດໄດ້ຕັ້ງກົດເກນຊື່ ອົກເຕບ(Octave) ເມື່ອລຽງທາດໄປ 8 ທາດ, ຈາກທາດທີ 1 ເຖິງທາດທີ 8 ແລ້ວຈະໄດ້ທາດທີ 9 ທີ່ມີຄຸນ ລັກສະນະຄືທາດທີ 1 ແລະ ທາດທີ 16 ຈະມີຄຸນລັກສະນະຄືທາດທີ 8 ເຊັ່ນ: H. He. Li. Be. B. C. N. O. F. Ne. Na Mg Al Si P S. 1.

(7) ຫຼື ເມື່ອລຽງທາດໄປຕາມມວນສານ ຈະພົບວ່າທາດທີ 8 ຈະມີຄຸນລັກສະນະຄືທາດທີ 1 ແລະ ທາດຕໍ່ມາຈະເກີດຄຸນລັກສະນະທີ່ຊຳ້ກັນເລື້ອຍໆ (ບໍ່ນັບທາດ H ແລະ ກາສລ້າ) ເຊິ່ງຈະໃຊ້ໄດ້ເຖິງທາດ Ca ເທົ່ານັ້ນ. Li. N. O. F. Na Mg Al Si P. S. Cl. K. B. C. Ca. ການຈັດທາດຂອງດີມິດຕຣີແມນເດເລແອຟ (Dimitri Mendeleyev). ສະ ຫງ ວນ ລຂິ ະສ ດິ. 3.. Be. ໃນປີ ຄ.ສ. 1869 ແມນເດເລແອຟ ຄົນລັດເຊຍ ໄດ້ຕັ້ງກົດເກນ ຊື່ ”Periodic” ເມື່ອ ລຽງທາດຕ່າງໆ ຕາມມວນສານອາໂຕມຈາກນ້ອຍໄປຫາຫຼາຍ ໂດຍໃຊ້ຄຸນລັກສະນະທີ່ຄ້າຍ ຄືກັນຕາມລວງຕັ້ງໃນບາງກໍລະນີກໍມີການຈັດສະຫຼັບກັນ ເພື່ອໃຫ້ຄຸນລັກສະນະຕາມລວງຕັ້ງ ສອດຄ່ອງກັນ ເຊັ່ນ: K ກັບ Ar, ເວັ້ນຊ່ອງຫວ່າງໄວ້ສຳລັບທາດທີ່ຍັງບໍ່ໄດ້ຄົ້ນພົບໃນຂະນະນັ້ນ ພ້ອມທັງໄດ້ທຳນາຍຄຸນລັກສະນະ ແລະ ຕັ້ງຊື່ທາດໄວ້ ເຊັ່ນ: ທາດທີ່ຢູ່ລຸ່ມທາດ Si ເອີ້ນວ່າ Eka Silicon ປັດຈຸບັນຄືທາດ Ge.. ທາດທີ່ຢູ່ລຸ່ມທາດ Al ເອີ້ນວ່າ Eka Aluminium ປັດຈຸບັນຄືທາດ Ga. ທາດທີ່ຢູ່ລຸ່ມທາດ B ເອີ້ນວ່າ Eka Boron ປັດຈຸບັນຄືທາດ Sc.. 4.. ສ. ວ. ສ. ໃນປີ ຄ.ສ. 1869 ຈູລິອຸສ ໂລທາຣ ເມເອີຣ (Julius Lothar Meyer) ຄົນເຢຍລະມັນໄດ້ຈັດ ລຽງທາດຕາມລຳດັບມວນສານອາໂຕມຈາກນ້ອຍໄປຫາຫຼາຍ ຄືກັນກັບແມນເດເລແອຟ.. ການຈັດທາດຂອງເຮນຣີ ໂມສລີ (Henry Moseley). ໃນປີ ຄ.ສ. 1912 ເຮຣີ ໂມສລີ ຄົນອັງກິດ ໄດ້ປັບປຸງຕາຕະລາງພິຣິອໍດິກ (Periodic) ໂດຍຈັດທາດຕາມເລກອາໂຕມຈາກນ້ອຍໄປຫາຫຼາຍ ພົບວ່າ ເລກອາໂຕມມີຄວາມສຳພັນກັບ ຄຸນລັກສະນະຂອງທາດຫຼາຍກວ່າມວນສານອາໂຕມ ຈຶ່ງໄດ້ຈັດລຽງທາດຕາມເລກອາໂຕມທີ່ ເພີ່ມຂຶ້ນ ເຊິ່ງສາມາດແກ້ບັນຫາການຈັດຕາຕະລາງທາດຂອງແມນເດເລແອຟໄດ້ ເຊັນ: Ar (ເລກອາໂຕມ 18) ຕ້ອງຢູ່ທາງໜ້າ K (ເລກອາໂຕມ 19) Co (ເລກອາໂຕມ 27) ຕ້ອງຢູ່ທາງໜ້າ Ni (ເລກອາໂຕມ 28) Te (ເລກອາໂຕມ 52) ຕ້ອງຢູ່ທາງໜ້າ I (ເລກອາໂຕມ 53). 2.

(8) ຈະເຫັນໄດ້ວ່າ ການຈັດລຽງທາດຕາມເລກອາໂຕມບໍ່ມີບັນຫາການສະລັບຕຳແໜ່ງຄືກັນ ກັບການຈັດລຽງທາດຕາມມວນສານອາໂຕມ.. 5.. ຕາຕະລາງທາດມູນເຄມີໃນປັດຈຸບັນ ຕາຕະລາງທາດມູນເຄມີທີ່ນິຍົມໃຊ້ກັນຫຼາຍໃນປັດຈຸບັນມີລັກສະນະດັ່ງນີ້: 1. ຈັດລຽງຕາມການເພິີ່ມຂຶ້ນຂອງເລກອາໂຕມແຕ່ຊ້າຍໄປຫາຂວາ.. ສະ ຫງ ວນ ລຂິ ະສ ດິ. 2. ທາດລຽງຕາມລຳດັບການເພີ່ມຂຶ້ນຂອງເລກອາໂຕມ ແລະ ເປັນແຖວຕາມລວງນອນ ເອີ້ນວ່າ ຮອບວຽນ (Periodic) ເຊິ່ງມີທັງໝົດ 7 ຮອບວຽນ. 3. ທາດໃນແຖວຕາມລວງຕັ້ງມີທັງໝົດ 18 ແຖວ ເອີ້ນວ່າ ຈຸ (Group) ເຊິ່ງມີຕົວເລກກຳ ກັບແບ່ງອອກເປັນຈຸຕົ້ນຕໍ A ມີ 8 ຈຸ ຄື: ຈຸ IA ຫາຈຸ VIIIA ແລະ ຈຸສໍາຮອງ B ມີ 8 ຈຸ ສໍາຮອງ B ຢູ່ລະຫວ່າງ ຈຸ IIA ກັບຈຸ IIIA ມີ 8 ຈຸ ຄື: ຈຸ IIIB ຫາຈຸ VIII B ແລະ IB, IIB ທາດໃນຈຸ B ທັງໝົດເອີ້ນວ່າ ທາດໂລຫະສົ່ງຕໍ່ (Transition Elements). ສຳລັບທາດ 2 ແຖວທີ່ຢູ່ທາງລຸ່ມຕາຕະລາງ ນັບແຕ່ທາດທີ 58 ຫາ 71 (Ce - Lu) ເອີ້ນວ່າ ກຸ່ມທາດລານຕານິດ (Lanthanide) ທາດກຸ່ມນີ້ ຖ້າໃຫ້ຖືກຕ້ອງຄວນຢູ່ໃນຈຸທີ IIIB ຮອບວຽນທີ 6. ສ່ວນທາດນັບແຕ່ທາດທີ 90 ຫາ 103 (Th - Lr) ເອີ້ນວ່າ ກຸ່ມທາດອາກຕີນິດ (Actinide) ທາດກຸ່ມນີ້ ຖ້າໃຫ້ຖືກຕ້ອງຄວນຢູ່ໃນຈຸທີ IIIB ຮອບວຽນທີ 7. ທາດທັງ 2 ແຖວນີ້ເອີ້ນລວມກັນວ່າ ທາດໂລຫະສົ່ງຕໍ່ພາຍໃນ (Inner Transition Elements).. ສ. ວ. ສ. ທາດຈຸ IA ມີຊື່ວ່າ ໂລຫະດັ່ງ(alkaly), ທາດຈຸ IIA ມີຊື່ວ່າ ໂລຫະດັ່ງດິນ (alkaly Earth), ທາດຈຸ VIIA ມີຊື່ວ່າ ຮາໂລແຊນ (halogen), ທາດຈຸ VIIIA ມີຊື່ວ່າ ກາສລ້າ (inert gas). ທາດທີເ່ ປັນໂລຫະ ແລະ ອະໂລຫະຖືກແຍກອອກຈາກກັນດ້ວຍເສັນ ້ ຊິກແຊ໋ກ ໂດຍ ທາງລຸມ ່ ຊ້າຍຂອງເສັນ ້ ຊິກແຊ໋ກແມ່ນໂລຫະ, ທາງເທິງຂວາເປັນອະໂລຫະ ສ່ວນທາດທີຢ ່ ບ ູ່ ລ ໍ ເິ ວນເສັນ ້ ຊິກ ແຊ໋ກເປັນທາດເຄິ່ງໂລຫະ.. 3.

(9) ຕາຕະລາງທາດມູນເຄມີ 1 H 1,008. VIIIA 2. He 4,0. IA. IIA. IIIA. IVA. VA. VIA. VIIA. 3. 4. 5. 6. 7. 8. 9. 10. Li. Be. B. C. N. O. F. Ne. 6,9. 9,0. 10,8. 12,0. 14,0. 16,0. 19,0. 20,2. 11. 12. 13. 14. 15. 16. 17. 18. Na. Mg. Al. Si. P. S. Cl. Ar. 23,0. 24,3. IIIB. IVB. VB. 39,9. 19. 20. 21. 22. 23. K. Ca. Sc. Ti. V. 39,1. 40,1. 45,0. 47,9. 50,9. 37. 38. 39. 40. 41. Rb. Sr. Y. Zr. 85,5. 87,6. 88,9. 55. 56. 57 *. Cs. Ba. 132,9 87. ເສັ້ນຊິກແຊ໋ກ. ສະ ຫງ ວນ ລຂິ ະສ ດິ. ທາດໂລຫະສົ່ງຕໍ່ VIIIB. VIB. VIIB. IB. IIB. 27,0. 28,1. 31,0. 32,1. 35,5. 24. 25. 26. 27. 28. 29. 30. 31. 32. 33. 34. 35. 36. Cr. Mn. Fe. Co. Ni. Cu. Zn. Ga. Ge. As. Se. Br. Kr. 52,0. 54,9. 55,8. 58,9. 58,7. 63,5. 65,4. 69,7. 72,6. 74,9. 79,0. 79,9. 83,8. 42. 43. 44. 45. 46. 47. 48. 49. 50. 51. 52. 53. 54. Nb Mo. Tc. Ru. Rh. Pd. Ag. Cd. In. Sn. Sb. Te. I. Xe. 91,2. 92,9. 95,9. 98,9. 101,1. 102,9. 106,4. 107,9. 112,4. 114,8. 118,7. 121,8. 127,6. 126,9. 131,3. 72. 73. 74. 75. 76. 77. 78. 79. 80. 81. 82. 83. 84. 85. 86. La. Hf. Ta. W. Re. Os. Ir. Pt. Au. Hg. Tl. Pb. Bi. Po. At. Rn. 137,3. 138,9. 178,5. 180,9. 183,9. 186,2. 190,2. 192,2. 195,1. 197,0. 200,6. 204,4. 2o7,2. 209,0. (209). (210). (222). 88. 89 **. 104. 105. Fr. Ra. Ac. Unq. Unp. (223). (226). (227). (261). (262). 61. 62. 69. 70. ເລກອາໂຕມ. *. C. 58. Ce. 6. ສັນຍະລັກ. 12,0. 90. Th 232,0. (263) 59. 60. 63. 64. 65. 66. 67. 68. Pr. Nd. Pm Sm. En. Gd. Tb. Dy. Ho. Er. 140,9. 144,2. (145). 150,4. 152,0. 157,3. 158,9. 162,5. 164,9. 91. 92. 93. 94. 95. 96. 97. 98. 99. Pa. U. Np. Pu. Am Cm. Bk. Cf. Es. Fm Md No. Lw. 231,0. 238,0. 237. (244). (243). (247). (251). (254). (257). (256). (247). ສ. ວ. ສ. ມວນສານອາໂຕມ. 140,1 **. 106. Unh. Lu. 167,3. 168,9. 173,0. 175,0. 100. 101. 102. (258). (255). ຕົວເລກໃນວົງເລັບແມ່ນມວນສານອາໂຕມຂອງອີໂຊໂຕບທີ່ໝັ້ນຄົງທີ່ສຸດ. ຄຳຖາມ ແລະ ບົດເຝິກຫັດ. 1.. ຈາກຕາຕະລາງທີ່ກຳນົດໃຫ້. 65,4 Zn. B Al X. C Si Y. N P 74,9 As. ຈົ່ງຊອກຫາ 4. 71. Tm Yb. 103.

(10) ກ. ມວນສານອາໂຕມຂອງທາດ X. ຂ. ເອເລັກຕຣົງນອກສຸດຂອງທາດ Y. ຄ. ຈຸ ແລະ ຮອບວຽນຂອງທາດ X. 2.. ເປັນຫຍັງໃນຕາຕະລາງທາດມູນເຄມີຈຶ່ງມີເສັ້ນຊິກແຊ໋ກ? ການຈັດຕາຕະລາງທາດຂອງທ່ານແມນເດເລ. ສ. ວ. ສ. ສະ ຫງ ວນ ລຂິ ະສ ດິ. 3. ນັກເຄມີທ່ານໃດທີ່ສາມາດແກ້ໄຂບັນຫາ ແອຟໄດ້ ແລະ ໄດ້ແກ້ໄຂບັນຫາໃດ ?. 5.

(11) ບົດທີ 2 ຄຸນລັກສະນະຂອງທາດຕາມຕາລາງທາດ 1.. ຄຸນລັກສະນະບາງຢ່າງຂອງທາດຕາມຈຸ ແລະ ຮອບວຽນ 1.1 ຂະໜາດອາໂຕມ ແລະ ອີອົງ. ສະ ຫງ ວນ ລຂິ ະສ ດິ. ປັດໃຈທີ່ມີຜົນຕໍ່ຂະໜາດອາໂຕມ ຫຼື ອີອົງ ແມ່ນຄວາມສາມາດໃນການດຶງດູດລະ ຫວ່າງເອເລັກຕຣົງກັບນິວເຄຼຍສ ເຊິ່ງມັນຂຶ້ນກັບຈຳນວນໄຟຟ້າບວກໃນນິວເຄຼຍສ ແລະ ໄລຍະ ຫ່າງເອເລັກຕຣົງກັບນິວເຄຼຍສ. - ທາດໃນຮອບວຽນດຽວກັນຈະມີໄຟຟ້າບວກ (ໂປຣຕົງ) ໃນນິວເຄຼຍສເພີ່ມຂຶ້ນ, ແຮງດຶງ ດູດກັບເອເລັກຕຣົງກໍເພີ່ມຂຶ້ນຄືກັນ ເຮັດໃຫ້ຂະໜາດອາໂຕມຫຼຸດລົງ. ຕົວຢ່າງ: ຂະໜາດອາໂຕມຂອງທາດໃນຮອບວຽນທີ 2 ຫຼຸດລົງແຕ່ຊ້າຍຫາຂວາ. Li Be B C N 152 118 80 77 75 pm (ພິໂກແມັດ) - ທາດໃນຈຸດຽວກັນຈະມີຊັ້ນຂອງເອເລັກຕຣົງເພີ່ມຂຶ້ນ, ແຮງດຶງດູດລະຫວ່າງເອເລັກ ຕຣົງກັບນິວເຄຼຍສຫຼຸດລົງ ເຮັດໃຫ້ຂະໜາດອາໂຕມໃຫຍ່ຂຶ້ນ. ຕົວຢ່າງ: ຂະໜາດອາໂຕມຂອງທາດຈຸ IA ເພີ່ມຂຶ້ນແຕ່ເທິງລົງລຸ່ມ. Li 152 pm Na 186 pm K 227 pm Rb 248 pm 1.2 ຂະໜາດອີອົງຂອງທາດດຽວກັນ. ສ. ວ. ສ. 1) ອີອົງບວກ: ເກີດຈາກອາໂຕມຂອງພວກໂລຫະມີການສູນເສຍເອເລັກຕຣົງ ໄປ ເຮັດໃຫ້ເອເລັກຕຣົງທີ່ຍັງເຫຼືອຖືກດຶງດູດຈາກນິວເຄຼຍສເພີ່ມຂຶ້ນ ຈຶ່ງມີຂະໜາດນ້ອຍກວ່າ ອາໂຕມຂອງມັນ ເຊັ່ນຕົວຢ່າງ: Na 186 pm Na+ 99 pm Mg2+ 65 pm Al3+ 50 pm 2) ອີອົງລົບ: ເກີດຈາກອາໂຕມຂອງພວກອະໂລຫະ ມີການຮັບເອເລັກຕຣົງ ເຮັດໃຫ້ມີຈຳນວນເອເລັກຕຣົງຫຼາຍຂຶ້ນ ແລະ ແຮງດຶງດູດຈາກນິວເຄຼຍຫຼຸດລົງ ຈຶ່ງມີຂະໜາດ ໃຫຍ່ກວ່າອາໂຕມຂອງມັນ ເຊັ່ນຕົວຢ່າງ: N 75 pm N3- 171 pm O 73 pm O2- 140 pm Mg 160 pm Al 160 pm. F. 71 pm. F-. 133 pm 6.

(12) 1.3 ຂະໜາດອີອົງຂອງທາດໃນຈຸດຽວກັນ ທາດໃນຈຸດຽວກັນ ຈະມີຂະໜາດ ອີອົງໃຫຍ່ຂຶ້ນແຕ່ເທິງລົງ ລຸ່ມ ເຊັ່ນຕົວຢ່າງ: ຈຸທີ IA ຈຸທີ VIIA + Li 59 pm F- 133 pm Na+ 99 pm Cl- 181 pm K+ 138 pm Br- 196 pm Rb+ 148 pm I- 220 pm 1.4 ຂະໜາດອີອົງຂອງທາດໃນຮອບວຽນດຽວກັນ. ສະ ຫງ ວນ ລຂິ ະສ ດິ. ຂະໜາດອີອົງບວກໃນຮອບວຽນດຽວກັນ ຈະມີຂະໜາດຫຼຸດລົງແຕ່ຊ້າຍຫາ ຂວາແຕ່ ເມື່ອເຖິງອີອົງລົບຂະໜາດຂອງມັນຈະເພີ່ມຂຶ້ນ ແຕ່ກໍຫຼຸດລົງຈາກຊ້າຍຫາຂວາ ເຊັ່ນ ຕົວຢ່າງ: ຮອບວຽນທີ 3 Na+ Mg2+ Al3+ 99 65 50 pm 32P S Cl212 184 181 pm ໃນກໍລະນີປຽບທຽບຂະໜາດຂອງທາດທີ່ບໍ່ຢູ່ໃນຈຸ ແລະ ຮອບວຽນດຽວກັນ ເຊັ່ນ ຕົວຢ່າງ: Ar, Cl-, Sc3+, K+, Sr2+ 21 17 19 38 p = 18 p = 17 p = 21 p = 19 p = 38 e = 18 e = 18 e = 18 e = 18 e = 36 ທາດໃດມີຈຳນວນເອເລັກຕຣົງຫຼາຍຈະມີຂະໜາດໃຫຍ່ກວ່າ, ຖ້າມີຈຳນວນເອເລັກຕຣົງ ເທົ່າກັນ ທາດທີ່ມີຈຳນວນໂປຣຕົງໜ້ອຍຈະມີຂະໜາດໃຫຍ່ກວ່າ ສະນັ້ນ ເຮົາສາມາດຈັດທາດ ເຫຼົ່ານັ້ນແຕ່ໃຫຍ່ຫານ້ອຍໄດ້ດັ່ງນີ້: Sr2+ > Cl- > Ar > K+ > Sc3+ 1.5 ທ່າອ່ຽງຂອງຈຸດຫຼອມແຫຼວ ແລະ ຈຸດຟົດ. ສ. ວ. ສ. 18. ການຫຼອມແຫຼວ ຫຼື ການຟົດກາຍເປັນອາຍຂອງໂລຫະເປັນການທຳລາຍພັນທະໂລຫະ ດັ່ງນັ້ນ ຈຸດຫຼອມແຫຼວ ແລະ ຈຸດຟົດຂອງທາດພວກນີ້ຈຶ່ງສູງ ແລະ ມີທ່າອ່ຽງດັ່ງນີ້ ໃນຮອບວຽນດຽວກັນຈຸດຫຼອມແຫຼວ ແລະ ຈຸດຟົດຂອງໂລຫະເພີ່ມຂຶ້ນຈາກຊ້າຍໄປຂວາ ເພາະພັນທະໂລຫະມີຄ່າເພີ່ມຂຶ້ນຈາກຊ້າຍໄປຂວາສ່ວນໃນຈຸດຽວກັນຈຸດຫຼອມແຫຼວ ແລະ ຈຸດ ຟົດຂອງໂລຫະສ່ວນຫຼາຍຫຼຸດລົງຈາກເທິງລົງລຸ່ມເພາະພັນທະໂລຫະມີຄ່າຫຼຸດຈາກເທິງລົງລຸ່ມ. ການຫຼອມແຫຼວ ຫຼື ການຟົດກາຍເປັນອາຍຂອງທາດທີເ່ ປັນໂມເລກຸລຊະນິດດຽວເປັນການ ທຳ ລາຍແຮງແວນເດີວານ (ລອນດອນ) ດັງ່ ນັນ ້ ຈຸດຫຼອມແຫຼວ ແລະ ຈຸດຟົດຂອງທາດພວກນີຈ ້ ງຶ່ ຕຳ່ ຫຼື ຂ້ອນຂ້າງຕຳ່ ແນວໂນ້ມຈຸດຫຼອມແຫຼວ ແລະ ຈຸດຟົດຂອງພວກນີ້ເປັນດັ່ງນີ້ ໃນຮອບວຽນດຽວກັນອະໂລຫະມີຈຸດຫຼອມແຫຼວ ແລະ ຈຸດຟົດຫຼຸດລົງຈາກຊ້າຍໄປຂວາ ເພາະແຮງແວນເດີວານຫຼຸດລົງຈາກຊ້າຍໄປຂວາ ສ່ວນໃນຈຸດຽວກັນມີຈຸດຫຼອມແຫຼວ ແລະ ຈຸດ. 7.

(13) ຟົດເພີ່ມຂຶ້ນຈາກເທິງລົງລຸ່ມເພາະແຮງວານເດີວານ (ລອນດອນ) ເພີ່ມຂຶ້ນຈາກເທິງລົງລຸ່ມ. ການຫຼອມແຫຼວ ແລະ ການຟົດກາຍເປັນອາຍຂອງທາດທີ່ເປັນໂຄງຮ່າງຕານ່າງ ເປັນ ການທຳລາຍພັນທະໂກວາລັງ ດັ່ງນັ້ນ ຈຸດຫຼອມແຫຼວ ແລະ ຈຸດຟົດຂອງທາດພວກນີ້ຈຶ່ງສູງ ແລະ ມີແນວໂນ້ມຄືກັນກັບພວກທີ່ມີພັນທະໂລຫະ.. 2.. ການບອກຕຳແໜ່ງຂອງທາດໃນຕາລາງທາດ. ສະ ຫງ ວນ ລຂິ ະສ ດິ. ຖ້າຮູ້ການຈັດເອເລັກຕຣົງໃນລະດັບພະລັງງານຍ່ອຍຂອງທາດໃດໜຶ່ງ ກໍສາມາດບອກໄດ້ ວ່າທາດນັ້ນຢູ່ໃນຈຸໃດ ແລະ ຮອບວຽນໃດໃນຕາຕະລາງທາດ ເພາະຈຳນວນເອເລັກຕຣົງຊັ້ນ ນອກສຸດຈະບອກ ໃຫ້ຮູ້ເລກທີຂອງຈຸໂດຍກົງ (ຍົກເວັ້ນທາດໂລຫະສົ່ງຕໍ່ ເຊິ່ງສ່ວນຫຼາຍມີຈຳນວນ ເອເລັກຕຣົງ ຊັ້ນນອກສຸດເທົ່າກັບ 2) ກໍລະນີຈຸທີ 1A ແລະ 2 A ເຊິ່ງມີເອເລັກຕຣົງຊັ້ນນອກສຸດ ເທົ່າກັບ 1 ແລະ 2 ຕາມລຳດັບ ມີຈຳນວນເທົ່າກັບຂອງທາດໂລຫະສົ່ງຕໍ່ ດັ່ງນັ້ນ ທາດທີ່ມີ ເອເລັກຕຣົງຊັ້ນນອກສຸດເທົ່າກັບ 1 ອາດຢູ່ຈຸ 1A ຫຼື ຈຸທາດໂລຫະສົ່ງຕໍ່ກໍໄດ້, ທາດທີ່ມີ ເອເລັກຕຣົງຊັ້ນນອກສຸດເທົ່າກັບ 2 ອາດຢູ່ຈຸ 2A ຫຼື ຈຸທາດໂລຫະສົ່ງຕໍ່ກໍໄດ້, ການເບິ່ງ ສະເພາະຈຳນວນເອເລັກຕຣົງຊັ້ນນອກສຸດ ຈຶ່ງບໍ່ສາມາດບອກໄດ້ວ່າຢູ່ຈຸໃດແນ່ນອນ ຕ້ອງເບິ່ງ ຊັ້ນຖັດຈາກຊັ້ນນອກສຸດອີກ, ຖ້າຊັ້ນນອກສຸດມີີ 1 ເອເລັກຕຣົງ ແລະ ຊັ້ນຖັດເຂົ້າໄປມີ 8 ເອເລັກຕຣົງສະແດງວ່າຢູ່ຈຸ 1A, ຖ້າຊັ້ນນອກສຸດມີ 2 ເອເລັກຕຣົງ ແລະ ຊັ້ນຖັດເຂົ້າໄປມີ 8 ເອເລັກຕຣົງ ສະແດງວ່າຢູ່ຈຸ 2A, ແຕ່ຖ້າຊັ້ນນອກສຸດມີ 2 ຫຼື 1 ແຕ່ຊັ້ນຖັດເຂົ້າໄປບໍ່ແມ່ນ 8 ເອເລັກຕຣົງ ສະແດງວ່າເປັນທາດໂລຫະສົ່ງຕໍ່. ສ່ວນການບອກເລກທີຂອງຮອບວຽນໃຫ້ເບິ່ງຈຳນວນຊັ້ນເອເລັກຕຣົງ ເພາະຈຳນວນຊັ້ນ ຂອງເອເລັກຕຣົງຈະມີຄ່າກົງກັບເລກທີຂອງຮອບວຽນ (ເບິ່ງຕົວຢ່າງໃນຕາຕະລາງທີ 2.1). ຕາຕະລາງທີ 2.1 ການບອກຕຳແໜ່ງຂອງທາດໃນຕາຕະລາງເມື່ອຮູ້ການຈັດລຽງເອ. ສ. ວ. ສ. ເລັກຕຣົງດັ່ງນີ້ ທາດ Rb 37 Sr 38 Sc 21 Fe 26 Ag Cu 29 Se 34 I 53 Bi 83. 47. ການຈັດລຽງເອເລັກຕຣົງ 2 8 18 8 1 2 8 18 8 2 2 8 9 2 2 8 14 2 2 8 18 18 1 2 8 18 1 2 8 18 6 2 8 18 18 7 2 8 18 32 18 5. ເລກທີຂອງຮອບວຽນ 5 5 4 4 5 4 4 5 6. 8. ເລກທີຂອງຈຸ 1 2 ໂລຫະສົ່ງຕໍ່ ໂລຫະສົ່ງຕໍ່ ໂລຫະສົ່ງຕໍ່ ໂລຫະສົ່ງຕໍ່ 6 7 5.

(14) ຄຳຖາມ ແລະ ບົດເຝິກຫັດ ຈົ່ງບອກເລກທີຮອບວຽນ, ເລກທີຈຸ ຫຼື ໂລຫະສົ່ງຕໍ່ຂອງທາດໃນຕາຕະລາງລຸ່ມນີ້ ທາດ. 2.. A B C. 2 8 18 7 2 8 8 1 2 8 8 2. D E F G H I J K. 2 2 2 2 2 2 2 2. 8 8 8 8 8 8 8 8. ເລກທີຂອງຮອບວຽນ. 18 2 18 32 17 1 18 32 18 8 1 3 18 32 18 4 18 32 12 2 18 18 9 2 7. Zn, 26Fe, 19K, 23V, 21Sc, 28Ni, 33As. ຄ. 20Ca, 4Be, 56Ba, 12Mg, 88Ra. ຈົ່ງຈັດຂະໜາດຂອງອະນຸພາກລຸ່ມນີ້ແຕ່ໃຫຍ່ຫານ້ອຍ ພ້ອມທັງໃຫ້ເຫດຜົນ? ກ. 16S2-, 16S, 16S-, 16S3ຂ. 8O2-, 11Na+, 10Ne, 12Mg2+ ລຳດັບທີຖືກຕ້ອງຂອງຂະໜາດອະນຸພາກແຕ່ໃຫຍ່ຫານ້ອຍແມ່ນຂໍ້ໃດ ? ກ. 11Na+ > 12Mg2+ > 17Cl- > 18Ar ຂ. 12Mg2+ > 11Na+ > 18Ar > 17Clຄ. 18Ar > 17Cl- > 12Mg2+ > 11Na+ ງ. 17Cl- > 18Ar > 11Na+ > 12Mg2+ 30. ສ. ວ. ສ. 4.. ເລກທີຂອງຈຸ ຫຼື ໂລຫະສົ່ງຕໍ່. ຈົ່ງຈັດລຽງທາດຕໍ່ໄປນີ້ຕາມຂະໜາດອາໂຕມແຕ່ໃຫຍ່ຫານ້ອຍ ພ້ອມທັງໃຫ້ເຫດຜົນ? ກ. 12A, 17B, 16C, 14D ຂ.. 3.. ການຈັດລຽງເອເລັກຕຣົງ. ສະ ຫງ ວນ ລຂິ ະສ ດິ. 1.. 9.

(15) ບົດທີ 3 ຄຸນລັກສະນະຂອງທາດໃນຈຸ 1.. ທາດຈຸທີ IA. ທາດພວກນີຢ ້ ໃູ່ ນແຖວຕັງ້ ທຳອິດຂອງຕາຕະລາງທາດມີຊວ ່ື າ່ ໂລຫະດັງ່ (Alkaline metal) ມີຄວາມໝາຍວ່າ ພວກທີເ່ ຮັດໃຫ້ເກີດທາດດັງ່ , ມີທງັ ໝົດ 6 ທາດ ຄື: Li, Na, K, Rb, Cs, Fr. 1.1 ຄຸນລັກສະນະຂອງທາດຈຸທີ IA ຕາຕະລາງ 3.1 ສະແດງຄຸນລັກສະນະບາງຢ່າງຂອງທາດຈຸທີ IA ເລກ ອາໂຕມ. Li Na K Rb Cs. 3 11 19 37 55. ການຈັດລຽງເອ ເລັກຕຣົງ 2 2 2 2 2. 1 8 8 8 8. ພະລັງງານ ອີອົງ ໄນເຊເຊິນ (kJ/mol) 526 502 425 409 265. ຈຸດຫຼອມ ແຫຼວ (oC). ຄວາມ ໜາແໜ້ນ (g/cm3). 180 98 64 39 28. 0.53 0.97 0.86 1.53 1.89. ຄ່າຊັກນຳໄຟຟ້າ ມາດຕະຖານ (V) + M + eM -3.05 -2.71 -2.92 -2.92 -2.92. ສະ ຫງ ວນ ລຂິ ະສ ດິ. ທາດ. ລັດສະໝີ ອາໂຕມ (pm). 1 8 1 18 8 1 18 18 8 1. 152 186 227 248 265. 1) ທຸກທາດມີເອເລັກຕຣົງຊັ້ນນອກສຸດເທົ່າກັບ 1. 2) ມີຄວາມເປັນໂລຫະເພີ່ມຂຶ້ນຈາກເທິງລົງລຸ່ມ ເນື່ອງຈາກອາໂຕມມີຂະໜາດໃຫຍ່ສາ ມາດໃຫ້ເອເລັກຕຣົງໄດ້ງ່າຍ. 3) ເປັນໂລຫະທີ່ອ່ອນ, ເປັນທາດແຂງ, ຜະລິດໄດ້ຈາກການວິເຄາະດ້ວຍກະແສໄຟຟ້າ ຂອງລະລາຍ IA ຈະໄດ້ທາດຢູ່ຂົ້ວລົບຂອງເອເລັກໂຕດ. 4) ຄ່າພະລັງງານອີອົງໄນເຊເຊິນລຳດັບທີ 1 (IE1) ມີຄ່າຕຳ່ ແລະ ມີທ່າອ່ຽງ ຫຼຸດລົງ. ສ. ວ. ສ. ຈາກເທິງລົງລຸ່ມ. 5) ຄ່າເອເລັກໂຕຣເນກາຕີວີຕີ (EN) ມີຄ່າຕຳ່ ແລະ ທ່າອ່ຽງຫຼຸດລົງຈາກເທິງລົງລຸ່ມ. 6) ເມື່ອໃຫ້ເອເລັກຕຣົງ 1 ຕົວ ຈະກາຍເປັນອີອົງບວກ ເອີ້ນທາດພວກນີ້ວ່າ electropositive. 7) ຄ່າຊັກນຳໄຟຟ້າມາດຕະຖານ (0E) ມີຄ່າຕຳ່ (ລົບຫຼາຍ) ແລະ ມີທ່າອ່ຽງ ຫຼຸດລົງ, ນັ້ນ ຄືມີຄວາມສາມາດການເສຍເອເລັກຕຣົງໄດ້ດີ ຫຼື ເປັນຕົວເຣດຸກເຕີທີ່ດີ. M(s) M+(aq) + e8) ຈຸດຫຼອມແຫຼວ, ຈຸດຟົດ ມີຄ່າສູງ ແລະ ທ່າອ່ຽງຫຼຸດລົງຈາກເທິງລົງລຸ່ມ. 9) ຄວາມໜາແໜ້ນຈະມີຄ່າເພີ່ມຂຶ້ນຈາກເທິງລົງລຸ່ມ. 10) ເກີດປະຕິກິລິຍາກັບອົກຊີແຊນໄດ້ອົກຊິດຂອງໂລຫະ ເມື່ອລະລາຍນຳ້ຈະມີຄຸນລັກ ສະນະ ເປັນບາເຊີ ເຊັ່ນ: 2H2O 4Na + O2 2Na2O 4NaOH 4K + O2. 2K2O 10. 2H2O. 4KOH.

(16) ສະ ຫງ ວນ ລຂິ ະສ ດິ. 11) ເກີດປະຕິກິລິຍາກັບນຳ້ໄດ້ບາເຊີ ແລະ ກາສຮີໂດຣແຊນ. 2NaOH + H2 2Na + 2H2O 2K + 2H2O 2KOH + H2 12) ທາດປະສົມຂອງທາດຈຸ IA ທຸກຊະນິດລະລາຍນຳ້ໄດ້ດີ. 13) ທາດປະສົມຂອງທາດຈຸ IA ເມື່ອເຜົາໄໝ້ຈະໄດ້ແປວໄຟທີ່ມີສີແຕກຕ່າງກັນເຊັ່ນ: Li ສີແດງ, Na ສີເຫຼືອງ, K ສີມ່ວງ. 1.2 ຄຸນປະໂຫຍດຂອງທາດຈຸທີ IA 1) ເປັນສ່ວນປະກອບຂອງເກືອແຮ່ທີ່ຮ່າງກາຍຕ້ອງການ. 2) ຊັກນຳຄວາມຮ້ອນ ແລະ ໄຟຟ້າໄດ້ດີ ຈຶ່ງເປັນຕົວເຮັດໜ້າທີ່ຖ່າຍເທຄວາມຮ້ອນຈາກ ປະຕິກອນປະຣາມານູ. 3) ໃຊ້ເປັນຕົວເຣດຸກເຕີ ໃນການກຽມທາດຕ່າງໆ. 4) ໃຊ້ການກຽມເຕຕຣາເອຕີລຊືນ ( (C2H5)4Pb ) ເຊິ່ງໃຊ້ປະສົມກັບນຳ້ມັນເບນຊິນ ເພື່ອ ຊ່ວຍເພີ່ມປະສິດທິພາບຂອງເຄື່ອງຈັກ ໂດຍໃຊ້ ເອຕີລກຼໍຣົວ (C2H5Cl) ເກີດປະຕິກິລິຍາກັບ ໂລຫະປະສົມ (Na + Pb) ດັ່ງປະຕິກິລິຍາ. 4C2H5Cl + 4Na + Pb (C2H5)4Pb + 4NaCl. 2.. ທາດຈຸທີ IIA. ທາດພວກນີ້ຢູ່ໃນແຖວຕັ້ງທີ 2 ຂອງຕາຕະລາງທາດ ມີຊື່ວ່າ ໂລຫະດັ່ງດິນ (Alkaline earth metal) ມີທັງໝົດ 6 ທາດ ຄື: Be, Mg, Ca, Sr, Ba ແລະ Ra. 2.1 ຄຸນລັກສະນະຂອງທາດຈຸທີ IIA ຕາຕະລາງ 3.2 ສະແດງຄຸນລັກສະນະຂອງທາດຈຸ IIA. ສ. ວ. ສ. ພະລັງງານ ອີອົງ ລັດສະໝີ ຈຸດຫຼອມ ຄວາມ ຄ່າຊັກນຳໄຟຟ້າ ການຈັດລຽງ ອາໂຕມ ໄນເຊເຊິນ ແຫຼວ ໜາແໜ້ນ ມາດຕະຖານ(V) ເອເລັກຕຣົງ (kJ/mol) (pm) (oC) (g/cm3) M+ + eM I II 2 112 9061 763 1280 1,85 -1,85 8 2 160 649 1,74 -2,36 7441 487 8 8 2 197 839 1,55 -2,87 5961 152 8 18 8 2 215 770 2,60 -2,89 5561 071 8 18 18 8 2 217 714 3,50 -2,90 509 972 8 18 32 18 8 2 700 500 -2,92 516 985. ທາດ. ເລກ ອາໂຕມ. Be Mg Ca Sr Ba Ra. 4 12 20 38 56 88. 2 2 2 2 2 2. 1) ມີເອເລັກຕຣົງຊັ້ນນອກສຸດເທົ່າ 2, ມີຄວາມເປັນໂລຫະເພີ່ມຂຶ້ນຈາກເທິງລົງລຸ່ມ. 2) ຊັກນຳໄຟຟ້າ ແລະ ຄວາມຮ້ອນໄດ້ດີ. 3) ຜະລິດໄດ້ຈາກການວິເຄາະດ້ວຍກະແສໄຟຟ້າຂອງທາດປະສົມທີ່ຫຼອມແຫຼວ.. 11.

(17) ສະ ຫງ ວນ ລຂິ ະສ ດິ. 4) ລັດສະໝີອາໂຕມຈະມີຄ່າເພີ່ມຂຶ້ນຈາກເທິງລົງລຸ່ມ. 5) ຄ່າພະລັງງານອີອົງໄນເຊເຊິນລຳດັບທີ 1 ຈະມີຄ່າຫຼຸດລົງຈາກເທິງລົງລຸ່ມ. 6) ສາມາດໃຫ້ 2 ເອເລັກຕຣົງ ກັບທາດອືນ ່ ແລ້ວກາຍເປັນອີອງົ ທີມ ່ ໄ ີ ຟຟ້າບັນຈຸ +2. 7) ຄ່າເອເລັກໂຕຣເນກາຕີວີຕີ ຈະມີຄ່າຫຼຸດລົງຈາກເທິງລົງລຸ່ມ. 8) ຄ່າຊັກນຳໄຟຟ້າມາດຕະຖານ (0E) ມີຄ່າລົບນ້ອຍກວ່າທາດຈຸ 1A ສະແດງວ່າ ມີທ່າ ອ່ຽງໃນການເສຍເອເລັກຕຣົງຄືກັນ. M(s) M2+(aq) + 2e9) ຈຸດຫຼອມແຫຼວຈະມີຄ່າຫຼຸດລົງເມື່ອເລກອາໂຕມເພີ່ມຂຶ້ນ. 10) ຄວາມໜາແໜ້ນຈະມີຄ່າເພີ່ມຂຶ້ນ ເມື່ອເລກອາໂຕມເພີ່ມຂຶ້ນ. 11) ເກີດປະຕິກິລິຍາກັບອົກຊີແຊນເກີດເປັນທາດປະສົມອົກຊິດ ເມື່ອລະລາຍນຳ້ມີຄຸນ ລັກສະນະເປັນບາເຊີ. 2H2O 2Mg + O2 2MgO 2Mg(OH)2 2H O. 2 2Ca + O2 2CaO 2Ca(OH)2 12) ເກີດປະຕິກິລິຍາກັບນຳ້ໄດ້ທາດລະລາຍບາເຊີ ແລະ ກາສຮີໂດຣແຊນ. Mg + 2H2O Mg(OH)2 + H2 (ຕ້ອງໃຊ້ນຳ້ຮ້ອນ) Ca + 2H2O Ca(OH)2 + H2. ສ. ວ. ສ. 13) ທາດປະສົມຂອງໂລຫະຈຸ IIA ສ່ວນຫຼາຍລະລາຍໃນນໍ້າໄດ້. 14) ທາດປະສົມຂອງໂລຫະຈຸ IIA ເມື່ອເຜົາໄໝ້ຈະໄດ້ແປວໄຟສີແຕກຕ່າງກັນເຊັ່ນ: Ca ສີແດງ ອິດ, Sr ສີແດງ, Ba ສີຂຽວ. 2.2 ຄຸນປະໂຫຍດຂອງທາດຈຸທີ IIA 1) ໃຊ້ເປັນຕົວເຣດຸກເຕີໃນປະຕິກິລິຕ່າງໆ. 2) ທາດ Ca ແລະ Mg ເປັນສ່ວນປະກອບຂອງເປືອກໂລກ. 3) ແຮ່ໂຄໂລໄມເປັນກາກໂບນັດຂອງ Ca ແລະ Mg , (CaCO3.MgCO3) ເປັນສ່ວນປະ ກອບສ່ວນຫຼາຍຂອງພູເຂົາຫີນປູນ. 4) ອີອົງ Ca2+ ໃຊ້ຄວບຄຸມ pH ຂອງດິນ ມີຜົນເຮັດໃຫ້ຮາກພືດດູດນຳ້ໄດ້ດີ. 5) Ca ແລະ Mg ມີບົດບາດໃນເມຕາບໍລິຊຶມຂອງຮ່າງກາຍ. 6) Mg(OH)2 ເປັນສ່ວນປະສົມຂອງຢາຖູແຂ້ວ ແລະ ຢາຫຼຸດປະລິມານອາຊິດໃນກະເພາ ະອາຫານ. 7) ໃຊ້ Ba ປະສົມກັບທອງແດງ ເປັນສ່ວນປະກອບຂອງເຮືອເດີນທະເລ ເຊິ່ງຈະມີຄວາມ ທົດທານຕໍ່ນຳ້ທະເລໄດ້ດີ. 8) Mg ເປັນອົງປະກອບຂອງຄຼໍໂຣຟິລບາງຊະນິດຂອງພືດ.. 12.

(18) 3.. ທາດຈຸທີ VIA. ທາດຈຸທີ VIA ເອີ້ນວ່າ ທາດຊາລໂຄເຈນ (Chalcogen) ມີ 5 ທາດ ຄື: O, S, Se, Te ແລະ Po ເຊິ່ງເປັນທາດກຳມັນຕະພາບ ລັງສີ. ທາດຈຸນີ້ບາງທາດມີໃນສະພາບເສລີ ເຊັ່ນ: ກາສອົກຊີແຊນ (O2) ແລະ ມາດ (S8), ນອກ ຈາກນີ້ຍັງພົບຢູ່ໃນຮູບແບບທາດປະສົມ ເຊັ່ນ: KClO3, PbSO4. 3.1 ຄຸນລັກສະນະຂອງທາດຈຸທີ VIA ຕາຕະລາງທີ 3.3 ຄຸນລັກສະນະຂອງທາດຈຸທີ VIA ເລກ ອາໂຕມ. O S Se Te Po. 8 16 34 52 84. ການຈັດລຽງ ເອເລັກຕຣົງ. 2 2 2 2 2. ລັດສະໝີ ອາໂຕມ (pm) 66 104 117 137 140. EN D IE1 (kJ/mol) (kJ/mol) (g/cm3). 6 8 8 8 8. 6 18 6 18 18 6 18 32 18 6. 1320 1006 947 876 818. 3,44 2,58 2,55 2,10 2,00. 1,15 2,07 4,80 6,24 9,4. E0. Mp. (oC). (V). -219 113 217 450 254. +1,23 -0,48 -0,92 -0,95 -. ສະ ຫງ ວນ ລຂິ ະສ ດິ. ທາດ. ສ. ວ. ສ. ໝາຍເຫດ: IE1 ພະລັງງານອີອົງໄນເຊຊັນລຳດັບທີ 1, EN ພະລັງງານເອເລັກໂຕຣເນກາ ຕີວີຕີ, D ຄວາມໜາແໜ້ນ, Mp. ຈຸດຫຼອມແຫຼວ, E0 ຄ່າຊັກນຳໄຟຟ້າມາດຕະຖານ(V) 1) ເປັນພວກອະໂລຫະມີເອເລັກຕຣົງຊັ້ນນອກສຸດເທົ່າ 6. 2) ລັດສະໝີອາໂຕມມີຄ່າເພີ່ມຂຶ້ນແຕ່ເທິງລົງລຸ່ມ. 3) ຄວາມເປັນໂລຫະຈະເພີ່ມຂຶ້ນ ຫຼື ຄວາມເປັນອະໂລຫະຈະຫຼຸດລົງແຕ່ເທິງລົງລຸ່ມ 4) ຄ່າພະລັງງານອີອົງໄນເຊເຊິນລຳດັບທີ 1 ມີຄ່າຫຼຸດລົງເມື່ອເລກອາໂຕມເພີ່ມຂຶ້ນ. 5) ຄ່າເອເລັກໂຕຣເນກາຕີວີຕີ ມີຄ່າຫຼຸດລົງເມື່ອເລກອາໂຕມເພີ່ມຂຶ້ນ. 6) ຄ່າຊັກນຳໄຟຟ້າມາດຕະຖານມີຄ່າສູງ ແລະ ເພີ່ມຂຶ້ນຈາກເທິງລົງລຸ່ມ ສະແດງວ່າ ທ່າ ອ່ຽງຂອງທາດຈຸນີ້ກໍເປັນຕົວອົກຊີດັງ. 7) O2 ແລະ S ບໍ່ຊັກນຳໄຟຟ້າ, Se ແລະ Te ເປັນທາດແຂງຊັກນຳໄຟຟ້າໄດ້ໜ້ອຍ. 8) ຈຸດຫຼອມແຫຼວມີຄ່າສູງຂຶ້ນເມື່ອເລກອາໂຕມເພີ່ມຂຶ້ນ. 9) ຄວາມໜາແໜ້ນຈະເພີ່ມຂຶ້ນເມື່ອເລກອາໂຕມເພີ່ມຂຶ້ນ. 10) ມີເລກອົກຊີດາຊົງໄດ້ຫຼາຍຄ່າ ແລະ ມີຄ່າຢູ່ລະຫວ່າງ -2 ຫາ +6 ເຊັ່ນ: ມາດໃນ. H2S, S8, H2SO3, H2SO4 ມີເລກອົກຊີດາຊົງ -2, 0, +4, +6. 3.2 ຄຸນປະໂຫຍດຂອງທາດຈຸທີ VIA 1) ຕໍກັ ່ ບສິງ່ ມີຊີວດ ິ ເຊັນ ່ : ເປັນອົງປະກອບຂອງໄຂມັນ ແລະ ນຳ້ຕານ. 2) ອົກຊີແຊນແຫຼວໃຊ້ເປັນຕົວອົກຊີດັງໃນເຄື່ອງຈັກຂອງຈະຫຼວດ. 3) ມາດໃຊ້ໃນອຸດສາຫະກຳຜະລິດຢາງ, ໝື້ ແລະ ເປັນສ່ວນປະສົມໃນຢາຂ້າ ເຊື້ອລາ. 4) Se ໃຊ້ໃນອຸດສາຫະກຳຜະລິດແກ້ວ ຊ່ວຍໃຫ້ແກ້ວໃສຂຶ້ນ. 13.

(19) 5) Se ແລະ Teໃຊ້ໃນອຸດສາຫະກຳຜະລິດຢາງ ເຮັດໃຫ້ຢາງມີຄວາມທົນທານ.. 4.. ທາດຈຸທີ VIIA. ທາດຈຸທີ VIIA ເອີ້ນວ່າ ທາດຮາໂລແຊນ (Halogen) ແປວ່າ ຜູເຮັ ້ ດໃຫ້ເກີດຄວາມເຄັມ ມີ 5 ທາດ ຄື: F, Cl, Br, I ແລະ At ເຊິ່ງເປັນທາດທີບໍ່ມີໃນທຳມະຊາດເປັນກຳມັນຕະພາບລັງ ລີຕ້ອງສັງເຄາະຂຶ້ນ ທາດພວກນີ້ 1 ໂມເລກຸລຈະປະກອບດ້ວຍ 2 ອາໂຕມ. F2 ເປັນກາສສີເຫຼືອງ ອ່ອນ, Cl2 ເປັນກາສສີຂຽວ ໃບຕອງອ່ອນ, Br2 ເປັນທາດແຫຼວສີນຳ້ຕານແດງ ແລະ I2 ເປັນພຶກ ສີມ່ວງ. 4.1 ຄຸນລັກສະນະຂອງທາດຈຸ VIIA ທາດ F Cl Br I At. ເລກ ອາໂຕມ 9 17 35 53 85. 2 2 2 2 2. ສະ ຫງ ວນ ລຂິ ະສ ດິ. ຕາຕະລາງທີ 3.4 ຄຸນລັກສະນະຂອງທາດຈຸທີ VIIA ການຈັດລຽງ ລັດສະໝີ ເອເລັກຕຣົງ ອາໂຕມ (pm) 7 71 8 7 99 8 18 7 114 8 18 18 7 133 8 18 32 18 7 150. EN Mp. Bp. IE1 D (kJ/mol) (oC) (oC) (oC) (g/cm3) 1687 4,0 -220 -188 1,51 1257 3,0 -101 -34 1,56 1146 2,8 -7 58,8 3,12 1015 2,5 117 184 4,93 920 2,2 302 337 7,0. E0 (V) +2,87 +1,36 +1,09 +0,54 -. ສ. ວ. ສ. ໝາຍເຫດ: Bp = ຈຸດຟົດ 1) ເປັນພວກອະໂລຫະມີເອເລັກຕຣົງຊັ້ນນອກສຸດເທົ່າ 7. 2) ລັດສະໝີອາໂຕມມີຄ່າເພີ່ມຂຶ້ນແຕ່ເທິງລົງລຸ່ມ. 3) ຄວາມເປັນໂລຫະຈະເພີ່ມຂຶ້ນ ຫຼື ຄວາມເປັນອະໂລຫະຈະຫຼຸດລົງແຕ່ເທິງລົງລຸ່ມ. 4) ພະລັງງານອີອົງໄນເຊເຊິນລຳດັບທີ 1 ມີຄ່າຫຼຸດລົງເມື່ອເລກອາໂຕມເພີ່ມຂຶ້ນ. 5) ຄ່າເອເລັກໂຕຣເນກາຕີວີຕີມີຄ່າຫຼຸດລົງ ເມື່ອເລກອາໂຕມເພີ່ມຂຶ້ນ. 6) ຄ່າຊັກນຳໄຟຟ້າມາດຕະຖານມີຄ່າຫຼຸດລົງຈາກເທິງລົງລຸ່ມ ສະແດງວ່າທາດຈຸນີ້ເປັນ ຕົວອົກຊີດັງທີດີ ່ . X2 + 2e2X7) ຢູເປັ ່ ນໂມເລກຸລ ອາໂຕມຄູ່ ດຶງດູດກັນດ້ວຍພັນທະໂກວາລັງ ເປັນໂມເລກຸລປະເພດ ບໍ່ມີຂົ້ວ. 8) ບໍນຳ ່ ຄວາມຮ້ອນ ແລະ ບໍຊັ ່ ກນຳໄຟຟ້າ. 9) ຈຸດຫຼອມແຫຼວ ແລະ ຈຸດຟົດມີຄາ່ ສູງຂຶນ ້ ເມືອ ີ່ ເລກອາໂຕມສູງຂຶນ ້ . 10) ຄວາມໜາແໜ້ນຈະເພີມ ່ ຂຶນ ້ ຈາກເທິງລົງລຸມ ່ . 11) ມີເລກອົກຊີດາຊົງໄດ້ຫຼາຍຄ່າ ເຮັດໃຫ້ເກີດທາດປະສົມໄດ້ຫຼາຍຊະນິດ ແລະ ຈະມີຄາ່ ຢູ່ ລະຫວ່າງ -1 ຫາ +7 ເຊັນ ່ : Cl ໃນ HCl, HClO, HClO2, HClO3, HClO4 ຈະມີເລກອົກຊີດາຊົງ ເທົາ່ ກັບ -1, +1, +3, +5, +7 ຕາມລຳດັບ.. 14.

(20) ສະ ຫງ ວນ ລຂິ ະສ ດິ. 12) ເກີດທາດປະສົມໄດ້ງາ່ ຍ ຄື ຖ້າລວມຕົວກັບພວກໂລຫະຈະເປັນທາດປະສົມອີອງົ , ຖ້າ ລວມຕົວກັບພວກອະໂລຫະຈະເປັນທາດປະສົມໂກວາລັງ. 13) ສາມາດເກີດປະຕິກລ ິ ຍ ິ າແທນບ່ອນກັນໄດ້ໂດຍທາດທີມ ່ ຄ ີ າ່ ເອເລັກໂຕຣເນກາຕີວຕ ີ ສ ີ ງູ ຈະສາມາດແທນບ່ອນທາດທີມ ່ ຄ ີ າ່ ເອເລັກໂຕຣເນກາຕີວຕ ີ ຕ ີ ຳ່ ຄື: F>Cl>Br>I. 2F + Cl2 ເກີດໄດ້ F2 + 2Cl Cl2 + 2F 2Cl- + F2 ເກີດບໍໄ່ ດ້ 14) ທາດພວກນີ້ຈະລະລາຍໃນກາກບອນເຕຕຣາກຼໍຣົວໄດ້ດີກວ່າລະລາຍໃນນຳ້. Cl2 + CCl4 ບໍມ ່ ສ ີ ີ Br2 + CCl4 ສີນຳ້ຕານ ຫຼື ສີນຳ້ໝາກກ້ຽງ I2 + CCl4 ສີມວ ່ ງ 15) ເກີດປະຕິກິລິຍາເຣດຸກຊົງໄດ້ ເຊັ່ນ: ກັບທາດລະລາຍ Na2S. Na2S + X2 2NaX + S (X ແມ່ນທາດຮາໂລແຊນ) 2S S + 2e- ອົກຊີດາຊົງ X2 + 2e2Xຣີດກ ຸ ຊົງ 4.2 ຄຸນປະໂຫຍດຂອງທາດຈຸທີ VIIA. 1) ກາສ F2 ໃຊ້ແຍກອຸຍຣານີອອມອີໂຊໂຕບອອກຈາກກັນ.. ສ. ວ. ສ. 2) ກາສ F2 ໃຊ້ປຸງແຕ່ງທາດປະສົມຟລູອໍໂຣກາກບອນ ເຊັ່ນ: CFC ໃຊ້ໃນເຄື່ອງທຳຄວາມ ເຢັນ,        ໃຊ້ເປັນທາດເຄືອບຜິວດ້ານໃນຂອງພາຊະນະເພື່ອ ຫຼຸດຜ່ອນການຫຼຸ້ຍຫ້ຽນຈາກການສຳຜັດຂອງທາດເຄມີ. 3) ທາດປະສົມຂອງ F2 ໃນຮູບຂອງເກືອຟຼູອໍຣົວ ໃຊ້ເປັນສ່ວນປະສົມໃນນຳ້ດື່ມ ຫຼື ຢາຖູ ແຂ້ວ ເພື່ອຊ່ວຍປ້ອງກັນແຂ້ວຜຸ. 4) Cl2 ໃຊ້ຂ້າເຊື້ອໂລກໃນນຳ້ປະປາ, ໃຊ້ເຮັດນຳ້ຢາຊັກແຫ້ງ, ເຮັດປຼາສຕິກ PVC (Poly    ), ເຮັດຜົງຟອກຂາວ, ເຮັດ DDT, ເຮັດແປ້ງນົວ. 5) Br2 ໃຊ້ເຮັດສີຍ້ອມ, ເຮັດຟິມຖ່າຍຮູບ ແລະ ເຮັດເຈ້ຍອັດຮູບ. 6) I2 ເປັນອົງປະກອບໃນອາຫານຂອງຄົນ ແລະ ສັດ ຖ້າຂາດຈະເຮັດໃຫ້ ເກີດເປັນໂລກ ຄໍໜຽງ.. 5.. ທາດຈຸທີ VIIIA. ທາດຈຸທີ VIIIA ມີຊື່ຫຼາຍຊື່ ເຊັ່ນ: ທາດກາສລ້າ      8 (0) ມີ 6 ທາດ ຄື: He, Ne, Ar, Kr, Xe ແລະ Rn. ເຊິ່ງ Rn ເປັນທາດກຳມັນຕະພາບລັງສີ, ໃນອາກາດຈະມີທາດອາຍລ້າ ປະມານ 1% ໃນນັ້ນ Ar ມີປະລິມານຫຼາຍກວ່າໝູ່.. 15.

(21) 5.1 ຄຸນລັກສະນະຂອງທາດຈຸທີ VIIIA ຕາຕະລາງທີ 3.5 ຄຸນລັກສະນະຂອງທາດຈຸທີ VIIIA ເລກ ອາໂຕມ. He Ne Ar Kr Xe Rn. 2 10 18 36 54 86. ການຈັດລຽງ ເອເລັກຕຣົງ. 2 2 2 2 2 2. 8 8 8 8 8. 8 18 8 18 18 8 18 32 18 8. IE1 ລັດສະໝີ ອາໂຕມ (pm) (kJ/mol). 93 112 154 169 190 220. 2397 2087 1527 1357 1177 1043. Mp. (oC). Bp. (oC). D (g/cm3). -270 -249 -189 -157 -112 -71. -269 -246 -186 -152 -108 -62. 0,115 1,20 1,40 2,16 3,50 4,40. ສະ ຫງ ວນ ລຂິ ະສ ດິ. ທາດ. 1) ທາດພວກນີ້ຈະຢູ່ເປັນອາໂຕມດ່ຽວ (1 ໂມເລກຸລປະກອບດ້ວຍ 1 ອາໂຕມ). 2) ສະພາວະປົກກະຕິຈະເປັນກາສ. 3) ມີເອເລັກຕຣົງຊັ້ນນອກສຸດເທົ່າກັບ 8 ຍົກເວັ້ນ He ເທົ່າ 2. 4) ແຮງດຶງດູດລະຫວ່າງອາໂຕມເປັນແຮງວານເດີວາລ. 5) ຈຸດຫຼອມແຫຼວ ແລະ ຈຸດຟົດຕຳ່. 6) ຄ່າພະລັງງານອີອົງໄນເຊເຊິນລຳດັບທີ 1 (IE1) ມີຄ່າສູງເນື່ອງຈາກອາໂຕມກາຍ ເປັນອີອົງບວກຍາກ ແລະ ມີຄ່າຫຼຸດລົງແຕ່ເທິງລົງລຸ່ມ ເນື່ອງຈາກອາໂຕມໃຫຍ່ຂຶ້ນ. 7) ຄວາມໜາແໜ້ນຈະມີຄ່າເພີ່ມຂຶ້ນຈາກເທິງລົງລຸ່ມ. 8) ການເກີດປະຕິກິລິຍາກັບທາດອື່ນໃນເມື່ອກ່ອນມີຄວາມເຊື່ອວ່າບໍ່ເກີດປະຕິກິລິຍາ ກັບທາດອື່ນ ຕໍ່ມາ ບາຕເລ (Bartley) ຄົນປະເທດການາດາ ໄດ້ພົບທາດປະສົມຂອງທາດ Kr ແລະ Xe ກັບຟລູອໍ ເຊັ່ນ: XeF2, XeF4.. ສ. ວ. ສ. 9) ລັດສະໝີອາໂຕມມີຄ່າເພີ່ມຂຶ້ນແຕ່ເທິງລົງລຸ່ມ ເນື່ອງຈາກໄລຍະຫ່າງລະຫວ່າງເອ ເລັກຕຣົງກັບນິວເຄຼຍສຫຼາຍຂຶ້ນ ແຮງດຶງດູດຈຶ່ງນ້ອຍລົງ. 10) ແຍກກາສລ້າອອກຈາກກັນໄດ້ໂດຍເພີ່ມຄວາມດັນ ແລະ ຫຼຸດອຸນຫະພູມຈົນກາສລ້າ ຫຼອມແຫຼວ (Rn ຈະຫຼອມແຫຼວກ່ອນ) ຫຼັງຈາກນັ້ນຄ່ອຍໆ ເຮັດໃຫ້ຮ້ອນຂຶ້ນ ກາສລ້າຈະຄ່ອຍໆ ກາຍເປັນອີອົງຂຶ້ນມາຕາມລຳດັບຈາກ He ຈົນເຖິງ Rn. 5.2 ຄຸນປະໂຫຍດຂອງທາດຈຸທີ VIIIA 1) ກາສລ້າໃຊ້ໃສ່ໃນຫຼອດໄຟຟ້າ ພາຍໃນຄວາມດັນຕຳ່ ແລະ ຜົນລົບລະດັບໄຟຟ້າສູງ ຈະໄດ້ແສງສີຕ່າງໆ ເຊັ່ນ: ກາສ Ne ສີແດງນຳ້ໝາກກ້ຽງ. ກາສ Ar ສີມ່ວງ. ກາສ Kr ສີຟ້າ. 2) ກາສ Ar ໃຊ້ບັນຈຸໃນຫຼອດໄຟຟ້າແທນອາກາດ ເຮັດໃຫ້ໄສ້ຫຼອດໄຟທົນທານ ເນື່ອງ. 16.

(22) ຈາກມັນບໍ່ເກີດປະຕິກິລິຍາກັບໄສ້ຂອງຫຼອດໄຟໃນຂະນະທີ່ມັນຮ້ອນ. 3) ປະສົມກາສ He ກັບກາສອົກຊີແຊນໄວ້ສຳຫຼັບການຫາຍໃຈຂອງຜູ້ທີເຮັດວຽກ (ນັກ ດຳນຳ້) ໃນທະເລເລິກທີ່ມີຄວາມດັນສູງ ເນື່ອງຈາກກາສ He ຈະບໍ່ລະລາຍເຂົ້າໃນເລືອດ ແຕ່ຖ້າ ໃຊ້ກາສຊະນິດອື່ນມັນຈະລະລາຍເຂົ້າໃນເລືອດໄດ້ດີ ເມື່ອກັບເຂົ້າມາສູ່ຄວາມດັນປົກກະຕິກາສ ເຫຼົ່ານັ້ນຈະດຶງຕົວອອກຈາກເລືອດເຮັດໃຫ້ເກີດອາການເຈັບປວດ.. 6.. ທາດຮີໂດຣແຊນ (H). ສະ ຫງ ວນ ລຂິ ະສ ດິ. ທາດຮີໂດຣແຊນບໍ່ສາມາດຈັດເຂົ້າຈຸໃດຈຸໜຶ່ງໄດ້ ເນື່ອງຈາກວ່າມີຄຸນລັກສະນະບາງຢ່າງ ຄ້າຍຄືຈຸ IA ແລະ ຈຸ VIIA ຈຶ່ງຕ້ອງຈັດໄວ້ໃນຈຸ IA ແລະ ຈຸ VIIA ດັ່ງຕາຕະລາງທີ 3.6. ຕາຕະລາງທີ 3.6 ສະແດງຄຸນລັກສະນະຂອງທາດຮີໂດຣແຊນ ຄຸນລັກສະນະ ເອເລັກຕຣົງຊັ້ນນອກສຸດ ເລກອົກຊີດາຊົງ ການຊັກນຳໄຟຟ້າ ພະລັງງານອີອົງໄນເຊເຊິນລຳດັບທີ 1 ຄ່າເອເລັກໂຕຣເນກາຕີວີຕີ ຈຳນວນອາໂຕມ. ຮີໂດຣແຊນ 1 -1 0 +1 ບໍ່ຊັກນຳ 1318 2,1 2. ໂລຫະດັ່ງ 1 +1 ຊັກນຳ 382 - 526 1,0 - 0,7 ບໍ່ຮູ້. ຮາໂລແຊນ 7 +1 -1 +3 +5 +7 ບໍ່ຊັກນຳ 1015 - 1687 4,0 - 2,2 2. ຄຳຖາມ ແລະ ບົດເຝິກຫັດ. ສ. ວ. ສ. 1. ເພື່ອຢາກໃຫ້ໄສ້ຂອງຫຼອດໄຟຟ້າມີຄວາມທົນທານ ເພິ່ນມີວິທີການແນວໃດ? ຍ້ອນຫຍັງ? 2. ຍ້ອນຫຍັງເພິນ ່ ຈຶງ່ ປະສົມກາສ He ກັບກາສອົກຊີແຊນໄວ້ສຳລັບການຫາຍໃຈຂອງຜູທ ້ ເ່ີ ຮັດ ວຽກ (ນັກດຳນຳ້) ໃນທະເລເລິກທີມ ່ ຄ ີ ວາມດັນສູງ ຖ້າໃຊ້ກາສຊະນິດອືນ ່ ມັນຈະເປັນແນວໃດ ? 3. ຈົ່ງບອກຕຳແໜ່ງຂອງທາດຮີໂດຣແຊນໃນຕາຕະລາງທາດມູນເຄມີ ພ້ອມທັງບອກເຫດ ຜົນ ແລະ ມີເລກອົກຊີດາຊົງໃດແດ່ ? 4. ເພື່ອຢາກໄດ້ຫຼອດໄຟຟ້າທີ່ເປັນສີຟ້າ ເພິ່ນມີວິທີການແນວໃດ? 5. ຈົ່ງຂຽນ ແລະ ສັ່ງຊາສົມຜົນລຸ່ມນີ້ ພ້ອມທັງໃຫ້ເຫດຜົນ ກ. F2 + NaBr ຂ. Cl2 + KBr ຄ. I2 + AgF ງ. Br2 + CaI2 ຈ. Br2!"" 2 ສ. I2 + FeCl2. 17.

(23) ບົດທີ 4 ທາດປະສົມກຼໍຣົວ ແລະ ທາດປະສົມອົກຊິດ ໃນການສຶກສາຄຸນລັກສະນະຂອງ 20 ທາດທຳອິດໃນຕາຕະລາງທາດ ໂດຍໃຊ້ວທ ິ ກ ີ ານສຶກ ສາຄຸນລັກສະນະຂອງທາດປະສົມກຼໍຣົວ ແລະ ທາດປະສົມອົກຊິດຂອງທັງ 20 ທາດ ຈາກນັ້ນ ຈະໃຊ້ຄຸນລັກສະນະຕ່າງໆ ຂອງທາດປະສົມທັງ 2 ຊະນິດ ເປັນເກນໃນການຈັດກຸ່ມ 20 ທາດທຳອິດ ເພື່ອກວດເບິ່ງວ່າມັນສອດຄ້ອງກັບກຸ່ມທາດທີ່ເຄີຍຈັດໄວ້ແລ້ວ ຫຼື ບໍ່.. 1.. ທາດປະສົມກຼໍຣົວ. ສະ ຫງ ວນ ລຂິ ະສ ດິ. ທາດປະສົມກຼໍຣົວ ໝາຍເຖິງທາດປະສົມທີ່ປະກອບດ້ວຍທາດກຼໍກັບທາດອື່ນ ເຊັ່ນ: ລີຕີອອມກຼໍຣົວ (LiCl) ປະກອບດ້ວຍທາດລີຕີອອມກັບທາດກຼໍ ໃນການສຶກສາຄຸນລັກສະນະ ຂອງທາດປະສົມກຼໍຣົວຂອງ 20 ທາດທຳອິດ ນັກຮຽນສາມາດສຶກສາໄດ້ຕາມຕາຕະລາງລຸ່ມນີ້. ຕາຕະລາງທີ 4.1 ຄຸນລັກສະນະບາງຢ່າງຂອງທາດປະສົມກຼໍຣົວ 20 ທາດທຳອິດ ມວນສານ ລ/ດ ສັນຍະລັກ ອາໂຕມ H He Li Be B C N O F Ne Na Mg Al Si P. 1,008 4,003 6,94 9,01 10,81 12,01 14,01 16,00 19,00 20,18 22,99 24,31 26,98 28,09 39,97. ສູດ. HCl LiCl BeCl2. BCl3 CCl4 NCl3 Cl2O FCl NaCl MgCl2. ສ. ວ. ສ. 1 2 3 4 5 6 7 8 9 10 11 12 13 14 15. ຄຸນລັກສະນະຂອງທາດປະສົມກຼໍຣົວ. AlCl3 SiCl4 PCl3. ຈຸດຫຼອມ ແຫຼວ(oC) -115 605 405 -107 -23. -40 -20 -154 801 714 190 -70 -112. ຕຳ່ກວ່າ. 18. ພາວະ ທີ່ 25 oC ກາສ ແຂງ ແຂງ ກາສ ແຫຼວ ແຫຼວ ກາສ ກາສ ແຂງ ແຂງ ແຂງ ແຫຼວ ແຫຼວ. ຄວາມເປັນອາຊິດບາເຊີຂອງທາດລະລາຍ ອາຊິດ ກາງ ອາຊິດ ອາຊິດ ບໍ່ລະລາຍນຳ້ ບໍ່ລະລາຍນຳ້ ອາຊິດ ອາຊິດ ກາງ ກາງ ອາຊິດ ອາຊິດ ອາຊິດ.

(24) ມວນສານ ລ/ດ ສັນຍະລັກ ອາໂຕມ S Cl K Ar Ca. 32,06 35,45 39,10 39,95 40,08. ສູດ SCl2 Cl2 KCl CaCl2. ຈຸດຫຼອມ ແຫຼວ(oC) -78 -101 770 782. ພາວະ ທີ່ 25 oC ແຫຼວ ກາສ ແຂງ ແຂງ. ຄວາມເປັນອາຊິດບາເຊີຂອງທາດລະລາຍ ອາຊິດ ອາຊິດ ກາງ ກາງ. ສະ ຫງ ວນ ລຂິ ະສ ດິ. 16 17 18 19 20. ຄຸນລັກສະນະຂອງທາດປະສົມກຼໍຣົວ. ສ. ວ. ສ. ຈາກການສຶກສາຄຸນລັກສະນະຂອງທາດປະສົມກຼໍຣົວຂອງ 20 ທາດທຳອິດ (H ຫາ Ca) ຕາມຕາຕະລາງ 4.1 ສະຫຼຸບໄດ້ດັ່ງນີ້: 1) ກຼໍຣົວຂອງໂລຫະເມື່ອລະລາຍນຳ້ທາດລະລາຍຈະມີລັກສະນະເປັນກາງ ຫຼື ອາຊິດ. 2) ກຼໍຣົວຂອງໂລຫະເປັນທາດແຂງ ແລະ ມີຈຸດຫຼອມແຫຼວສູງ. 3) ກຼໍຣົວຂອງອະໂລຫະເມື່ອລະລາຍນຳ້ຈະມີລັກສະນະເປັນອາຊິດ ຍົກເວັ້ນ CCl4 ບໍ່ລະ ລາຍນຳ້. 4) ກຼໍຣົວຂອງອະໂລຫະເປັນທາດແຫຼວ ແລະ ກາສ, ມີຈຸດຫຼອມແຫຼວຕຳ່. 5) ກຼໍຣົວຂອງເຄິ່ງໂລຫະເປັນທາດແຫຼວ ແລະ ກາສ, ມີຈຸດຫຼອມແຫຼວຕຳ່. 6) ທາດບາງຊະນິດບໍ່ລວມຕົວກັບກຼໍ ເຊັ່ນ: He, Ne ແລະ Ar ທາດເຫຼົ່ານີ້ເອີ້ນວ່າ ກາສລ້າ ເພາະມີສະຖານະເປັນກາສ. 7) ເມື່ອນຳກຼໍຣົວຂອງ 20 ທາດທຳອິດມາຈັດລຽງຕາມມວນສານອາໂຕມຂອງທາດທີ່ ເພີ່ມຂຶ້ນຈາກຊ້າຍໄປຂວາ ໂດຍໃຫ້ກຼໍຣົວຂອງທາດທີ່ມີຄຸນລັກສະນະຄ້າຍຄືກັນ (ມີສູດຄືກັນ ແລະ ມີຈຸດຫຼອມແຫຼວໃກ້ຄຽງກັນ) ຕາມລວງຕັ້ງດຽວກັນຈະໄດ້ດັ່ງຕາຕະລາງລຸ່ມນີ້. ຕາຕະລາງທີ 4.2 ສະແດງການຈັດລຽງກຼໍຣົວຂອງ 20 ທາດທຳອິດຕາມການເພີ່ມຂຶ້ນຂອງ ມວນສານອາໂຕມ HCl. He. LiCl. BeCl2. BCl3. CCl4. NCl3. Cl2O. FCl. Ne. NaCl. MgCl2. AlCl3. SiCl4. PCl3. SCl2. Cl-Cl. KCl. Ar. CaCl2. 19.

(25) ຕາຕະລາງທີ 4.3 ສະແດງການຈັດລຽງ 20 ທາດທຳອິດ ຕາມການເພີ່ມຂຶ້ນຂອງມວນສານອາ ໂຕມ ແລະ ໃຫ້ທາດທີ່ມີຄຸນລັກສະນະຄ້າຍຄືກັນ ຕາມລວງຕັ້ງດຽວກັນ ໂດຍພິຈາລະນາຈາກ ຕາຕະລາງທີ 4.2. H He Li Be B C N O F Ne Na Mg Al Si P S Cl K Ar Ca. ສະ ຫງ ວນ ລຂິ ະສ ດິ. 1.1 ຄຸນປະໂຫຍດຂອງທາດປະສົມກຼໍຣົວໃນຊີວິດປະຈໍາວັນ ທາດປະສົມກຼໍຣົວທີ່ພົບໃນຊີວິດປະຈຳວັນມີປະໂຫຍດຫຼາຍຢ່າງ ເຊັ່ນ: 1) NaCl ໃຊ້ເປັນທາດປຸງແຕ່ງອາຫານ ແລະ ຮັກສາອາຫານ ໃຊ້ເປັນທາດຕັ້ງຕົ້ນໃນ ການຜະລິດໂສດາໄຟ (NaOH), ໂສດາເຮັດເຂົ້າໜົມ (NaHCO3), ໂສດາແອສ (Na2CO3) ແລະ HCl. ຢູ່ບັນດາປະເທດທີ່ມີຫິມະຕົກຫຼາຍ ເພິ່ນໃຊ້ NaCl ລະລາຍນຳ້ແຂງຫິມະ. 2) HCl ເປັນສ່ວນປະກອບຂອງນຳ້ຍ່ອຍໃນກະເພາະອາຫານ ແລະ ໃຊ້ທຳຄວາມສະ ອາດຜິວໂລຫະ. 3) KCl ໃຊ້ເຮັດປຸ໋ຍ. 4) CaCl2 ໃຊ້ເປັນທາດດູດຄວາມຊຸ່ມ, ໃຊ້ເຮັດຝົນທຽມ, ໃຊ້ໃນເຄື່ອງເຮັດຄວາມເຢັນ. 5) NH4Cl ໃຊ້ເປັນອີເລັກໂຕຣໄລໃນຖ່ານໄຟສາຍ ແລະ ໃຊ້ເຮັດປຸ໋ຍ. 6) ປູນກຼໍຣົວ ເຊັ່ນ: ນາຕຣີອອມຮີໂປກຼໍຣົວ (NaClO) ແລະ ການຊີອອມຮີໂປກຼໍຣົວ (Ca(ClO)2) ໃຊ້ຟອກສີ ຫຼື ຟອກເຈ້ຍ, ໃຊ້ໃນສະບູ່ຝຸ່ນ, ໃຊ້ຂ້າ ແບກທີເຣຍ, ເທົາ,ໄຄ ໃນນຳ້ປະປາ ແລະ ໃນສະລອຍນຳ້. 7) ກາກບອນເຕຕຣາກຼໍຣົວ (CCl4) ແລະ ກຼໍໂຣຟອມ (CHCl3) ໃຊ້ເປັນຕົວພາລະລາຍ. ສ. ວ. ສ. ທາດບາງຊະນິດ ເຊັ່ນ: ທາດອົງຄະທາດ. 8) ເດເດເຕ (Dichloro diphenyl trichloro ethane) (C6H4Cl)2CHCCl3 ໃຊ້ເປັນ ຢາຂ້າສະຕູພືດ. 9) ທາດປະສົມຂອງກຼໍຣົວ ເຊັ່ນ: CF2Cl2, CFCl3, C2F4Cl2 ເຊິ່ງເອີ້ນ ວ່າ ທາດ CFC ໃຊ້ເປັນທາດເຮັດຄວາມເຢັນ ແລະ ໃຊ້ເປັນທາດສີດພົ່ນໃນສະເປຣ (Spray) ຕ່າງໆ. ທາດປະສົມ ໂບຣໂມກຼໍໂຣຟລູອໍໂຣເມຕານ(BCF) ໃຊ້ເປັນທາດດັບເພີງໃນລົດ ແລະ ເຄື່ອງບິນ. 1.2 ຜົນຮ້າຍຂອງທາດປະສົມກຼໍຣົວໃນຊີວິດປະຈໍາວັນ ທາດປະສົມກຼໍຣົວນອກຈາກທີ່ມີປະໂຫຍດຢ່າງຫຼວງຫຼາຍແລ້ວມັນຍັງມີຜົນຮ້າຍ ເຊັ່ນ: 1) ທາດ CCl4, CHCl3 ເປັນອັນຕະລາຍຕໍ່ລະບົບຫາຍໃຈ. 2) ທາດ ເດເດເຕ ເປັນທາດສະຫຼາຍຕົວຊ້າ, ເປັນພິດ ແລະ ຕົກຄ້າງຢູ່ໃນດິນໄດ້ນານ ໃນ ປັດຈຸບັນນີ້ອົງການອະນາໄມໂລກໄດ້ປະກາດຫ້າມໃຊ້ທາດນີ້. 3) ທາດ CFC ເຮັດໃຫ້ເກີດຜົນເສຍຕໍ່ສິ່ງແວດລ້ອມ ເພາະໄປທຳລາຍໂອໂຊນເຮັດໃຫ້. 20.

(26) ລັງສີອູນຕຣາໄວໂອເລດຜ່ານເຂົ້າມາສູ່ຜິວໂລກໄດ້ຫຼາຍຂຶ້ນ ເຊິ່ງຈະພາໃຫ້ເກີດໂລກມະເຮັງແກ່ ມະນຸດຫຼາຍຂຶ້ນ. 4) COCl2 (Phosgene), (C6H5)2AsCl (Diphenthyl Chloro arsenic) ໃຊ້ເປັນກາສນຳ້ຕາ ທາດເຫຼົ່ານີ້ເຄີຍໄດ້ນຳມາໃຊ້ໃນສົງຄາມໂລກ.. 2.. ທາດປະສົມອົກຊິດ. ສະ ຫງ ວນ ລຂິ ະສ ດິ. ທາດປະສົມອົກຊິດໝາຍເຖິງທາດປະສົມທີ່ປະກອບດ້ວຍທາດອົກຊີແຊນກັບທາດອື່ນ ເຊັ່ນ: K2O ປະກອບດ້ວຍ K ກັບ O, N2O3 ປະກອບດ້ວຍ N ແລະ O. ໃນການສຶກສາຄຸນລັກສະນະຂອງທາດປະສົມອົກຊິດຂອງ 20 ທາດທຳອິດ ນັກຮຽນສາ ມາດສຶກສາໄດ້ຄືດັ່ງຕາຕະລາງລຸ່ມນີ້. ຕາຕະລາງ 4.4 ສະແດງຄຸນລັກສະນະບາງຢ່າງຂອງທາດປະສົມອົກຊິດຂອງ 20 ທາດ ທຳອິດລຽງຕາມມວນສານອາໂຕມ. ມວນສານ ລ/ດ ສັນຍະລັກ ອາໂຕມ H He Li Be B C N O F Ne Na Mg Al Si P S. 1.008 4.003 6.94 9.01 10.81 12.01 14.01 16.00 19.00 20,18 22,99 24,31 26,98 28,09 39,97 32,06. ສ. ວ. ສ. 1 2 3 4 5 6 7 8 9 10 11 12 13 14 15 16. ຄຸນລັກສະນະຂອງທາດປະສົມອົກຊິດ. ສູດ. H2O. Li2O BeO B2O3. ຈຸດຫຼອມ ແຫຼວ(oC) 0 -. ສູງກວ່າ 1700. 2530 450 -56,6 CO2 30 N 2O 5 -218,4 O2 -223,8 OF2 1275 Na2O 2852 MgO 2072 Al2O3 SiO2 1723 r 5 P2O5 582,5 SO2 -72,7. 21. ພາວະ ທີ່ 25 oC ແຫຼວ ແຂງ ແຂງ ແຂງ ກາສ ແຂງ ກາສ ກາສ ແຂງ ແຂງ ແຂງ ແຂງ ແຂງ ກາສ. ຄວາມເປັນ ອາຊິດ-ບາເຊີ ກາງ ບາເຊີ ບໍ່ລະລາຍນຳ້ ອາຊິດ ອາຊິດ ອາຊິດ ລະລາຍນຳ້ໄດ້ໜ້ອຍ ອາຊິດ ບາເຊີ ບາເຊີ ບໍ່ລະລາຍນຳ້ ບໍ່ລະລາຍນຳ້ ອາຊິດ ອາຊິດ.

Références

Documents relatifs

• Evite pousar objetos quentes sobre a superfície, a superfície de uma mesa deve estar protegi- da com bases para copos e para travessas. NL

ການປັບປຸງຕາຕະລາງໃຫເ້ ໝາະສ ົມເພື່ອການນ ໍາສະເໜີທ່ ີມີປະສິດທິພາບ ການນ ໍາສະເໜີ ຕາຕະລາງທີ່ ມີປະສິດທິ ພາບສາມາດເລື ອກໃຊ ຄ ້ ໍາສ ງັ VLOOKUP ແລະ HLOOKUP ໃນ Excel ໄດ.້

 ທາດໃນຮອບວຽນດຽວກ ັນ ພະລ ັງງານ IE ຈະເພີ້ມຈາກຊາ້ ຍຫາຂວາ ແລະ ມີຂະໜາດອາໂຕມ ້ ຫຼຸ ດລ ົງຈາກຊາ້ ຍຫາຂວາ ແລະ ມີການເພີ້ມຈານວນໂປຣຕ ໍ ົງ ແຮງດຶງດູດເອເລັ ກຕຣ ົງເພີ້ມຂືນ

້ ແລະ ທິດທາງ ບໍ່ ປຽ່ ນແປງຕາມເວລາ ແຕກ ກະແສໄຟຟ້າກ ົງມີຄວາມເຂັມ ່ ະແສໄຟຟ້າ ້ ແລະ ທິດທາງປຽ່ ນແປງຕາມຕາມເວລາ... ຈງ່ ົ ບອກໄລຍະປຽ່

Important : Le Groupe M6 effectuera des tests d’interopérabilité des fichiers avec chaque fournisseur avant d’autoriser la livraison de programmes sous cette forme.. Ces tests

[r]

Refaire un dessin de l'onde stationnaire dans le tuyau sonore correspondant à la note fondamentale, c'est-à-dire de plus grande longueur d'onde1. La clarinette a une longueur L

Fais correspondre les mots et les dessins ( utilise des couleurs). chat